LAO FACTORY ELEVATOR

ພິທີເປີດໂຮງງານຜະລິດລິບລາວຢ່າງເປັນທາງການວັນທີ 09/06/2019

ໂຮງງານຜະລິດລິບລາວ ໄດ້ຖືກເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນາ 2019 ຢູ່ທີ່ໂຮງງານຜະລິດລິບລາວ ໂດຍການຮ່ວມຕັດແຖບຜ້າໂດຍ ທ່ານ ປ້າ ນາລີ ສີສຸລິດ, ພັນລະຍາ ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພັນທອງ ພິດທຸມມາ, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ. ໂຮງງານຜະລິດລິບລາວ ຕັ້ງຢູ່ຮ່ອມທີ 1, ບ້ານ ໂນນແສງຈັນ, ເມືອງ ໄຊທານີ, ນະອນຫລວງວຽງຈັນ ເປັນໂຮງງານະລິດລິບແຫ່ງທຳອິດໃນປະເທດລາວ ເຊິ່ງສາມາດ ຜະລິດລິບໄດ້ຫລາກຫລາຍຮູບແບບ ເຊັ່ນ ລິບໂດຍສານ, ລິບຂົນສົ່ງ, ລິບໂຮງງໝໍ, ລິບສົ່ງອາຫານ, ລິບຂົນເງິນ, ແລະ ອື່ນໆ.